ກອງປະຊຸມສຳມະນາ ກ່ຽວກັບການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ຢູ່ ສປປລາວ, ທີ່ໂຮງແຮມຈຳປາສັກ ແກຣນ, ແຂວງຈຳປາສັກ
- ລາຍລະອຽດ
ໃນວັນທີ 15 ທັນວາ 2020, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ຢູ່ ສປປລາວ ໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ ແຂວງ ຈໍາປາສັກ, ທີ່ໂຮງແຮມ ຈໍາປາສັກ ແກຣນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອະພິສິດ ແສງສຸລິວົງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກ ອຄ ແຂວງຈໍາປາສັກ
ກອງປະຊຸມເຜີຍແຜ່ແນະນຳການນຳໃຊ້ໂປຣແກມກ່ຽວກັບວຽກງານຄຸ້ມຄອງທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີທະບຽນວິສາຫະກິດພະແນກ ອຄ ຂັ້ນແຂວງພາກເໜືອ
- ລາຍລະອຽດ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາການນໍາໃຊ້ໂປຣແກຣມກ່ຽວກັບວຽກງານ ຄຸ້ມຄອງທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຂັ້ນພະແນກອຸດສາຫະກຳການຄ້າແຂວງ ເຊີ່ງຈັດຂຶ້ນທີ່ແຂວງຫຼວງພະບາງລະຫວ່າງວັນທີ19-20 ພະຈິກ 2020 ທີ່ພະແນກ ອຸດສາຫະກຳແລະການຄ້າ ແຂວງ ຫຼວງພະບາງ
ກອງປະຊຸມເຜີຍແຜ່ແນະນຳການນຳໃຊ້ໂປຣແກມກ່ຽວກັບວຽກງານຄຸ້ມຄອງທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີທະບຽນວິສາຫະກິດ ແຂວງພາກກາງ ແລະ ພາກໃຕ້
- ລາຍລະອຽດ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາການນໍາໃຊ້ໂປຣແກຣມ ກ່ຽວກັບວຽກງານຄຸ້ມຄອງ ທະບຽນວິສາຫະກິດໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາ ຫະກິດແຂວງພາກກາງ ແລະ ພາກໃຕ້ຂຶ້ນທີ່ແຂວງຈໍາປາສັກ
ກອງປະຊຸມກ່ຽວກັບການທົດລອງການນຳໃຊ້ໂປຼແກຣມຄຸ້ມຄອງທະບຽນວິສາຫະກິດ ຢູ່ແຂວງບໍລິຄຳໄຊ
- ລາຍລະອຽດ
ລະຫວ່າງວັນທີ 14-18ກັນຍາ2020 ທີຫ້ອງປະຊຸມຂອງພະແນກ ອຄແຂວງບໍລິຄຳໄຊ. ໄດ້ເປີດກອງປະຊຸມກ່ຽວກັບການທົດລອງນຳໃຊ້ໂປຼແກຣມຄຸ້ມຄອງທະບຽນວິສາຫະກິດ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ນຳໂດຍທ່ານ ອຸດອນ ພຸດທະບັນດິດ ຫົວໜ້າຫ້ອງການຖານຂໍ້ມູນວິສາຫະກິດແຫ່ງຊາດ, ນາງ ມະນີວົງ ວັນນະເຮືອງ ຮອງຫົວໜ້າພະແນກຄຸ້ມຄອງທະບຽນວິສາຫະກິດ, ທ່ານ ສຸລິສັກ ສີອຸທຸມ ຮອງຫົວໜ້າພະແນກສົ່ງເສີມບັນຍາກາດວິສາຫະກິດ ແລະ Mr Pill ຊ່ຽວຊານຈາກໂຄງການເອດີບີ (ADB) ພ້ອມດ້ວຍວິຊາການ, ໄດ້ລົງທົດລອງນຳໃຊ້ໂປຼແກຣມຢູ່ແຂວງ ບໍລິຄຳໄຊ ເປັນແຂວງທຳອິດ ໂດຍທ່ານ ສີສະຫວັດ ມັງແກ້ວບິດາ ຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ພ້ອມຮອງຫົວໜ້າຂະແໜງ ແລະ ວິຊາການກໍ່ໄດ້ເຂົ້າຮ່ວມ.