ກອງປະຊຸມເຜີຍແຜ່ ຄຳສັ່ງ ການປັບປຸງບັນດາລະບຽບການ, ກົນໄກການປະສານງານ ແລະ ທົບທວນຄືນ ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ຄັ້ງວັນທີ 25 ກຸມພາ2021 ທີ່ແຂວງຫຼວງນ້ຳທາ
- ລາຍລະອຽດ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມເຜີຍແຜ່ ການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ, ສະບັບເລກທີ 02/ນຍ, ລົງວັນທີ 01/02/2018 ແລະ ຄໍາສັ່ງ ວ່າດ້ວຍການປັບປຸງວຽກງານບໍລິການ ການອອກໃບອະນຸຍາດລົງທືນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ສະບັບເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020. ແລະ ທົບທວນຄືນການຈັັດຕັ້ງປະຕິບັດ ຂໍ້ຕົກລົງ ສະບັບເລກທີ 0023/ອຄ.ກທຄວ, ວ່າດ້ວຍການ ຂຶ້ນທະບຽນວິສາຫະກິດ ໃນວັນທີ 25 ກຸມພາ2021 ທີ່ສະໂມສອນແຂວງ ຫຼວງນ້ຳທາ ໂດຍທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງ ແຂວງຫຼວງນ້ຳທາ ໃຫ້ກຽດເປັນປະທານ, ມີບັນດາພະແນກການທີ່ກ່ຽວຂ້ອງ ແລະ ນັກທຸລະກິດ ກໍ່ໄດ້ເຂົ້າຮ່ວມ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານ ການປັບປຸງຂັ້ນຕອນການເລີມຕົ້ນທຸລະກິດ ແລະ ການປັບປຸງ.
- ລາຍລະອຽດ
ໃນວັນທີ 21 ມັງກອນ2021 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານ ການປັບປຸງຂັ້ນຕອນການເລີມຕົ້ນທຸລະກິດ ແລະ ການປັບປຸງ ແລະ ເຜີຍແຜ່ການອອກໃບອະນຸຍາດດຳເນີນທຸລະກິດພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປລາວ, ທີ່ໂຮງແຮມ ຄຣາວພລາຊ່າວຽງຈັນ, ໂດຍທ່ານ ອະພິສິດ ແສງສຸລິວົງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ໃຫ້ກຽດເປັນປະທານ
ກອງປະຊຸມສຳມະນາ ກ່ຽວກັບການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ຢູ່ ສປປລາວ, ທີ່ໂຮງແຮມຈຳປາສັກ ແກຣນ, ແຂວງຈຳປາສັກ
- ລາຍລະອຽດ
ໃນວັນທີ 15 ທັນວາ 2020, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ຢູ່ ສປປລາວ ໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ ແຂວງ ຈໍາປາສັກ, ທີ່ໂຮງແຮມ ຈໍາປາສັກ ແກຣນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອະພິສິດ ແສງສຸລິວົງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກ ອຄ ແຂວງຈໍາປາສັກ
ກອງປະຊຸມເຜີຍແຜ່ແນະນຳການນຳໃຊ້ໂປຣແກມກ່ຽວກັບວຽກງານຄຸ້ມຄອງທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີທະບຽນວິສາຫະກິດພະແນກ ອຄ ຂັ້ນແຂວງພາກເໜືອ
- ລາຍລະອຽດ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາການນໍາໃຊ້ໂປຣແກຣມກ່ຽວກັບວຽກງານ ຄຸ້ມຄອງທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຂັ້ນພະແນກອຸດສາຫະກຳການຄ້າແຂວງ ເຊີ່ງຈັດຂຶ້ນທີ່ແຂວງຫຼວງພະບາງລະຫວ່າງວັນທີ19-20 ພະຈິກ 2020 ທີ່ພະແນກ ອຸດສາຫະກຳແລະການຄ້າ ແຂວງ ຫຼວງພະບາງ