1.    ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ

ວິສາຫະກິດ ຫາກມີການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ໃຫ້ຍື່ນຄໍາຮ້ອງ ແລະ ເອກະສານປະ ກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດໃຫ້.

ສຳລັບ ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດຜ່ານທາງເອເລັກໂຕຣນິກ ໃຫ້ຍື່ນຄຳຮ້ອງ ແລະ  ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຜ່ານລະບົບທະບຽນວິສາຫະກິດ ດ້ວຍການນໍາໃຊ້ລະຫັດການນໍາໃຊ້ລະບົບ (User Register) ແລ້ວປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນຂໍ້ 3 ໂຣແມງ V ຂອງຄໍາແນະນໍາສະບັບນີ້.

2.    ເອກະສານປະກອບແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ

ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ປະກອບມີເອກະສານຕົ້ນຕໍ ດັ່ງນີ້:

  • ​ ຄໍາ​ຮ້ອງປ່ຽນ​ແປງ​ເນື້ອ​ໃນ​ໃບທະບຽນ​ວິ​ສາ​ຫະກິດ ຕາມ​ແບບ​ພິມ;
  • ໃບທະບຽນ​ວິສາຫະກິດ ຕົ້ນ​ສະບັບ ຍົກເວັ້ນ ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດຜ່ານທາງເອເລັກໂຕຣນິກ ຫຼື ເສຍຫາຍ;
  • ໜັງສືຕົກລົງ ຕາມແຕ່ລະຮູບການ, ຮູບແບບວິສາຫະກິດ ດັ່ງນີ້:
  • ວິສາຫະກິດສ່ວນບຸກຄົນ ຕ້ອງມີໜັງ​ສື​ຕົກ​ລົງ​ຈາກເຈົ້າຂອງວິສາຫະກິດສ່ວນບຸກຄົນ ໃນກໍລະນີຈ້າງບຸກຄົນພາຍນອກເປັນຜູ້ຈັດການ;
  • ວິສາຫະກິດຮຸ້ນສ່ວນ ຕ້ອງມີໜັງສືຕົກລົງຂອງກອງປະຊຸມຂາຮຸ້ນ. ໃນກໍລະນີ ຂາຮຸ້ນທີ່ເປັນນິຕິບຸກຄົນ ຜູ້ທີ່ລົງລາຍເຊັນໃນໜັງສືຕົກລົງຂອງກອງປະຊຸມຂາຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ີມີໜັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
  • ບໍລິສັດຈໍາກັດ ແລະ ບໍລິສັດມະຫາຊົນ ຕ້ອງມີມະຕິກອງປະຊຸມຜູ້ຖືຮຸ້ນ (ໃນກໍລະນີ ຜູ້ຖືຮຸ້ນທີ່ບໍ່ຖອກຮຸ້ນ ບໍ່ມີສິດລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ). ໃນກໍລະນີ ຜູ້ຖືຮຸ້ນ ທີ່ເປັນນິຕິບຸກຄົນ ຜູ້ທີ່ລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ີມີໜັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
  • ບໍລິສັດຈໍາກັດຜູ້ດຽວ ຕ້ອງມີໜັງສືຕົກລົງຈາກຜູ້ຖືຮຸ້ນ ໃນກໍລະນີຈ້າງບຸກຄົນພາຍນອກເປັນຜູ້ຈັດການ;
  • ລັດວິສາຫະກິດ ຕ້ອງມີໜັງສືຢັ້ງຢືນການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕາມລະບຽບການຂອງຂະແໜງການເງິນ.

ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:

  • ຜູ້ຈັດການ, ຜູ້ອໍານວຍການ, ເຈົ້າຂອງວິສາຫະກິດ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ, ພ້ອມດ້ວຍສຳເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້ ຂອງ​ຜູ້​ຮັບມອບສັນທະ ຫຼື ມອບສິດ;
  • ການປ່ຽນຜູ້ຈັດການ, ຜູ້ອໍານວຍການ, ເຈົ້າຂອງວິສາຫະກິດ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ຕ້ອງສໍາເນົາ ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ ແລະ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນໍາໃຊ້;
  • ການປ່ຽນເຈົ້າຂອງວິສາຫະກິດສ່ວນບຸກຄົນ ຕ້ອງມີສັນຍາໂອນກິດຈະການ ຫຼື ໜັງສືມອບໂອນກໍາມະສິດ ແລະ ໄດ້ຮັບຢັ້ງຢືນຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ;
  • ການປ່ຽນ, ເພີ່ມ, ຫຼຸດ ແລະ ປ່ຽນສັດສ່ວນການຖືຮຸ້ນ ຂອງຂາຮຸ້ນ ຫຼື ຜູ້ຖືຮຸ້ນ:
  • ສັນຍາໂອນຮຸ້ນ ຕ້ອງຢັ້ງຢືນຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ ຍົກເວັ້ນ ການເພີ່ມຂາຮຸ້ນ ຫຼື ຜູ້ຖືຮຸ້ນໃໝ່ ໂດຍການເພີ່ມທຶນຈົດທະບຽນວິສາຫະກິດ ໃຫ້ປະຕິບັດຕາມໜັງສືຕົກລົງເຫັນດີກອງປະຊຸມຜູ້ຖືຮຸ້ນ ຫຼື ມະຕິກອງປະຊຸມຜູ້ຖືຮຸ້ນ. ໃນກໍລະນີ ຂາຮຸ້ນໃໝ່ ຫຼື ຜູ້ຖືຮຸ້ນໃໝ່ ເປັນນິຕິບຸກຄົນ ຕ້ອງສໍາເນົາໃບທະບຽນວິສາຫະກິດ ຫຼື ເອກະສານຢັ້ງຢືນການເປັນນິຕິບຸກຄົນ ລວມທັງລາຍຊື່ຂາຮຸ້ນ ຫຼື ຜູ້ຖືຮຸ້ນຂອງນິຕິບຸກຄົນດັ່ງກ່າວ.
  • ໃນກໍລະນີ ການເພີ່ມຂາຮຸ້ນ ຫຼື ຜູ້ຖືຮຸ້ນ ໂດຍການເພີ່ມທຶນຈົດທະບຽນວິສາຫະກິດ, ຂາຮຸ້ນໃໝ່ ຫຼື ຜູ້ຖືຮຸ້ນໃໝ່ ຕ້ອງລົງລາຍເຊັນໃນໜັງສືຕົກລົງເຫັນດີກອງປະຊຸມຂາຮຸ້ນ ຫຼື ມະຕິກອງປະຊຸມຜູ້ຖືຮຸ້ນ.
  • ການສືບທອດມູນມໍຣະດົກ ຈາກເຈົ້າຂອງວິສາຫະກິດສ່ວນບຸກຄົນ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ທີ່ເສຍຊີວິດຕ້ອງໄດ້ຮັບການຢັ້ງຢືນຮັບມູນມໍຣະດົກ ຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ;
  • ການປ່ຽນ ຫຼື ຫຼຸດຜູ້ຖືຮຸ້ນ ທີ່ບໍ່ຖອກຮຸ້ນ ຕາມມາດຕາ 102 ຜົນສະທ້ອນຂອງການບໍ່ຖອກຮຸ້ນ ຂອງກົດໝາຍວ່າດ້ວຍວິສາຫະກິດ:
  • ໜັງສືຢັ້ງຢືນການບໍ່ຖອກຮຸ້ນ ຈາກຜູ້ອຳນວຍການ ແລະ/ຫຼື ຜູ້ຖືຮຸ້ນທີ່ໄດ້ຖອກຮຸ້ນ ຕ້ອງຢັ້ງຢືນຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ (ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ຜູ້ທີ່ລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ມີໜັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ).
  • ໃນກໍລະນີ ການປ່ຽນຜູ້ຖືຮຸ້ນ, ຜູ້ຖືຮຸ້ນໃໝ່ ຕ້ອງລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນ.
  • ການຫຼຸດທຶນຈົດທະບຽນວິສາຫະກິດຂອງບໍລິສັດ ຕ້ອງມີຫຼັກຖານການແຈ້ງຜ່ານທາງສື່ມວນຊົນ (ແຈ້ງຜ່ານໜັງສືພິມ ຫຼື ເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ) ຢ່າງໜ້ອຍ ສາມ ຄັ້ງ ຊຶ່ງສາມາດລົງວັນຕໍ່ວັນ ຫຼື ບໍ່ ກໍໄດ້;
  • ການປ່ຽນຮູບການວິສາຫະກິດສ່ວນບຸກຄົນ ເປັນ ວິສາຫະກິດຮຸ້ນສ່ວນ ຕ້ອງປະກອບເອກະສານ ຕາມຂໍ້ 2 ໂຣແມງ I ຂອງຄໍາແນະນໍາສະບັບນີ້;
  • ການປ່ຽນຮູບການວິສາຫະກິດສ່ວນບຸກຄົນ ຫຼື ວິສາຫະກິດຮຸ້ນສ່ວນ ເປັນ ບໍລິສັດ:
  • ປະກອບເອກະສານ ຕາມຂໍ້ 2 ໂຣແມງ I ຂອງຄໍາແນະນໍາສະບັບນີ້;
  • ໃບປະຕິຍານການຊໍາລະສະສາງໜີ້ສິນຢ່າງຖືກຕ້ອງ ແລະ ຄົບຖ້ວນ ຈາກເຈົ້າຂອງວິສາຫະກິດ ຫຼື ຜູ້ຈັດການ.
  • ການປ່ຽນຮູບແບບບໍລິສັດມະຫາຊົນ ເປັນ ຮູບການ ແລະ ຮູບແບບວິສາຫະກິດອື່ນ:
  • ໜັງສືແຈ້ງຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນກໍລະນີ ບໍລິສັດມະຫາຊົນ ທີ່ບໍ່ໄດ້ເງືື່ອນໄຂ ຫຼື ບໍ່ມີຈຸດປະສົງລະດົມທຶນຜ່ານຕະຫຼາດທຶນ ຕາມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຫຼັກຊັບ;
  • ໜັງສືແຈ້ງຈາກຕະຫຼາດຊັບລາວ ໃນກໍລະນີ ບໍລິສັດມະຫາຊົນ ທີ່ໄດ້ສິ້້ນສຸດສະຖານະການເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ.
  • ການຄວບ ຫຼື ການແຍກ ວິສາຫະກິດ ຕ້ອງມີຫຼັກຖານການແຈ້ງຜ່ານທາງສື່ມວນຊົນ (ແຈ້ງຜ່ານໜັງສືພິມ ຫຼື ເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ) ຢ່າງໜ້ອຍ ໜຶ່ງ ຄັ້ງ;
  • ການປ່ຽນແປງ ຊື່, ນາມສະກຸນ ຫຼື ສັນຊາດ ຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນ, ຂາຮຸ້ນ, ຜູ້ຖືຮຸ້ນ, ຜູ້ຈັດການ ແລະ ຜູ້ອຳນວຍການ ມີດັ່ງນີ້:
  • ບຸກຄົນລາວ: ສໍາເນົາ ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ຫຼື ໃບຢັ້ງຢືນການປ່ຽນແປງຊື່ ແລະ/ຫຼື ນາມສະກຸນ ຈາກຂະແໜງການພາຍໃນ;
  • ບຸກຄົນຕ່າງປະເທດ: ສໍາເນົາ ໜັງສືຜ່ານແດນ ຫຼື ໃບຢັ້ງຢືນການໄດ້ສັນຊາດ ຫຼື ໃບຢັ້ງຢືນການປ່ຽນແປງຊື່ ແລະ/ຫຼື ນາມສະກຸນ ຈາກກົງສູນ ຫຼື ສະຖານທູດ ຂອງປະເທດນັ້ນ ປະຈໍາ ສປປ ລາວ;
  • ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ທີ່ເປັນນິຕິບຸກຄົນ: ສໍາເນົາ ໃບທະບຽນວິສາຫະກິດ ຫຼື ເອກະສານກ່ຽວຂ້ອງກັບການປ່ຽນແປງຊື່ນິຕິບຸກຄົນດັ່ງກ່າວ.

3.    ຂັ້ນຕອນ ແລະ ກຳນົດເວລາການປ່ຽນແປງເນື້ອໃນທະບຽນວິສາຫະກິດ

ວິສາຫະກິດ ຜູ້ທີ່ມີຈຸດປະສົງປ່ຽນແປງເນື້ອໃນທະບຽນວິສາຫະກິດ ໃຫ້ຍື່ນຄຳຮ້ອງ ພ້ອມດ້ວຍເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດໃຫ້ ຊຶ່ງເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ກໍານົດເວລາການພິຈາລະນາອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 3 ແລະ ຂໍ້ 4 ໂຣແມັງ I ຂອງຄຳແນະນໍາສະບັບນີ້.

ສຳລັບ ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດທາງເອເລັກໂຕຣນິກ ໃຫ້ປະຕິບັດຕາມຂັ້ນຕອນ ແລະ ກໍານົດເວລາການພິຈາລະນາອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 4 (ຄ) ໂຣແມັງ I ຂອງຄຳແນະນໍາສະບັບນີ້.

4.    ຜົນຂອງການປ່ຽນແປງເນື້ອໃນທະບຽນວິສາຫະກິດ

ພາຍຫຼັງການປ່ຽນແປງເນື້ອໃນທະບຽນວິສາຫະກິດແລ້ວ ຈະບໍ່ພາໃຫ້ຄວາມຮັບຜິດຊອບເກົ່າຕົກໄປ ເປັນຕົ້ນ ພັນທະອາກອນ ແລະ ພັນທະອື່ນຕາມໄດ້ກຳນົົດໄວ້ໃນກົດໝາຍ ແລະ ລະບຽບການ.

ໃນກໍລະນີ ການປ່ຽນແປງເນື້ອໃນທະບຽນວິສາຫະກິດດັ່ງກ່າວ ຫາກມີຄວາມຈໍາເປັນຕ້ອງປ່ຽນແປງເນື້ອໃນໃບອະນຸຍາດ, ວິສາຫະກິດທີ່ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດດັ່ງກ່າວ ຕ້ອງສະເໜີຂະແໜງການທີ່ກ່ຽວຂ້ອງ ເພື່ອປ່ຽນແປງໃບອະນຸຍາດ ຕາມກົດໝາຍ ແລະ ລະບຽບການ.