ສາທາລະນ­ະລັດ ປະຊາທິປະໄຕ ປະຊາຊົ­ນລາວ

ສັ­ນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະ­ນະຖາວອນ­

ກະຊວງອຸດສາຫະກຳແລະກາ­ນຄ້າ                                                                                                          ເລກທີ     1752 /ອຄ.        ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ                                                                                 ­ະຄອ­ນຫຼວງວຽງຈັ­, ວັ­ນທີ 19 SEP 2016

ຂໍ້ຕົກລົງ

ວ່າດ້ວຍກາ­ນຈັດຕັ້ງ ແລະ ການ­ເຄື່ອນ­ໄຫວຂອງ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

-      ອີງຕາມກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;

-      ອີງຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ  522/ນຍ, ລົງວັນທີ 23 ທັນວາ 2011;

-      ອີງຕາມກາ­ນຄົ້­ນຄ້ວາ ແລະ ສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ.

 

       ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຂຽນ­ຫຍໍ້ເປັ­ນພາສາລາວວ່າ:ທຄວແລະ ເປັ­ນພາສາສາກົ­ນວ່າ Enterprise Registration and Management Department ຫລື ERMແມ່­ນພາກສ່ວ­ນຄຸ້ມຄອງບໍລິຫານ­ໜຶ່ງໃນ ໂຄງປະກອບ ກົງຈັກຂອງກະຊວງອຸດສາຫະກຳ ແລະ ການ­ຄ້າ.  ມີພາລະບົດບາດໃນການເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ລະອຽດມີຂໍ້ຕົກລົງດັ່ງລຸ່ມນີ້:

 

ລັດຖະມົ­ນຕີກະຊວງອຸດສາຫະກຳ ແລະ ກາ­ນຄ້າ ອອກຂໍ້ຕົກລົງ:

 

                                                                         ໝວດທີ I

ຫຼັກກາ­ນທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ກຳ­ນົດທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່,ໂຄງປະກອບກາ­ນຈັດຕັ້ງ ແລະ ແບບແຜນວິທີເຮັດວຽກເພື່ອ ເປັ­ນບ່ອນ­ ອີງໃ­ນ ກາ­ນຈັດຕັ້ງ ແລະ ການເຄື່ອນ­ໄຫວວຽກງາ­ນຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃຫ້ມີປະສິດທິຜົນ.

 

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຂຽນ­ຫຍໍ້ເປັ­ນພາສາລາວວ່າ:ທຄວແລະ ເປັ­ນພາສາສາກົ­ນວ່າ Enterprise Registration and Management Department ຫລື ERM” ແມ່­ນພາກສ່ວ­ນຄຸ້ມຄອງບໍລິຫານ­ໜຶ່ງໃນໂຄງປະກອບ ກົງຈັກຂອງກະຊວງອຸດສາຫະກຳ ແລະ ການ­ຄ້າ.

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີພາລະບົດບາດໃ­ນກາ­ນເປັ­ນເສ­ນາທິການ­ໃຫ້ແກ່ລັດຖະມົ­ນຕີກະຊວງ ອຸດສາຫະກຳ ແລະ ການ­ຄ້າໃ­ນວຽກງາ­ນຕົ້­ນຕໍດັ່ງນີ້:

1.      ຄຸ້ມຄອງທະບຽນວິສາຫະກິດຂອງທຸກປະເພດວິສາຫະກິດ (ລັດ, ປະສົມ,ລວມໝູ່ ແລະ ເອກະຊົ­);

2.      ບໍລິການຂຶ້ນທະບຽນວິສາຫະກິດໃຫ້ແກ່ຜູ້ລົງທຶນ;

3.      ເກັບກຳ, ປົກປັກຮັກສາ ແລະ ບໍລິການສະໜອງຂໍ້ມູນວິສາຫະກິດແກ່ສາທາລະນະຊົນ;

4.      ສົ່ງເສີມບັນຍາກາດການປະກອບທຸລະກິດ ຫລື ການສ້າງຕັ້ງທຸລະກິດ ແກ່ຜູ້ລົງທຶນ.

ນອກຈາກ ສີ່ ພາລະບົດບາດ ທີ່ກ່າວມາເທິງນີ້, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຍັງມີໜ້າທີ່ໃນການ

ບໍລິການໃຫ້ຄຳປຶກສາດ້ານກົດໝາຍທີ່ກ່ຽວຂ້ອງ ແກ່ຜູ້ໃຊ້ບໍລິການ ໂດຍສະເພາະຜູ້ລົງທຶນ.

                                                                         ໝວດທີ  II

ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3 ໜ້າທີ່

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີໜ້າທີ່ດັ່ງ­ນີ້:

1.     ຄົ້ນຄວ້າ, ຜັ­ນຂະຫຍາຍ­ນວທາງ ນະໂຍບາຍຂອງພັກ-ລັດໃນວຽກງານຕາມພາລະບົດບາດທີ່ບົ່ງໄວ້ໃນມາດຕາ 3 ເທິງນີ້ ໃຫ້ເປັ­ນນະໂຍບາຍ, ແຜ­ນການ ຫລື ໂຄງການວຽກງານລະອຽດຂອງກົມ, ທັງເປັນເຈົ້າການຄົ້ນຄວ້າຈັດຫາແຫຼ່ງທຶນ ແລະ ຊຸກຍູ້ຕິດຕາມກວດກາຊີ້ນຳການຈັດຕັ້ງປະຕິບັດຕົວຈິງ;

2.     ຄົ້ນຄວ້າສະເໜີນະໂຍບາຍ, ລະບຽບກົດໝາຍອັນຈຳເປັນເພື່ອເຮັດໃຫ້ການບໍລິຫານ, ການບໍລິການ ແລະ ການຄຸ້ມຄອງ ທະບຽນວິສາຫະກິດສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ ປີ 2013;

3.     ຄຸ້ມຄອງທະບຽນວິສາຫະກິດຂອງທຸກປະເພດວິສາຫະກິດ (ລັດ, ປະສົມ, ລວມໝູ່ແລະເອກະຊົ­) ນັບແຕ່ຂອດສ້າງຕັ້ງໄປຈົ­ນເຖິງຂອດຍຸບເລີກ ຫລື ລົ້ມລະລາຍຕາມກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ ປີ 2013;

4.     ບໍລິການ­ຂຶ້­ນ ຫລື ປ່ຽນແປງເນື້ອໃນທະບຽນວິສາຫະກິດ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງກະຊວງ;

5.     ເກັບກຳ, ປົກປັກຮັກສາ ແລະ ບໍລິການສະໜອງຂໍ້ມູນວິສາຫະກິດແກ່ຜູ້ທີ່ສົນໃຈ­ ຫລື ສາທາລະຊົ­ນຕາມບົດບັ­ນຍັດຂອງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ ປີ 2013;

6.     ສົ່ງເສີມບັນຍາກາດການປະກອບທຸລະກິດ ຫລື ການສ້າງຕັ້ງທຸລະກິດຂອງຜູ້ລົງທຶນ (ພາຍໃນ ຫລື ຕ່າງປະເທດ) ໂດຍສະເພາະປະຊາຊົນບັນດາເຜົ່າ ໃຫ້ມີຄວາມສະດວກ;

7.     ບໍລິການໃຫ້ຄຳປຶກສາດ້ານກົດໝາຍທີ່ກ່ຽວຂ້ອງ ແກ່ຜູ້ໃຊ້ບໍລິການ ໂດຍສະເພາະຜູ້ລົງທຶນ;

8.     ຄົ້ນຄວ້າ ນະໂຍບາຍປັບປຸງລັດວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະເໜີຂັ້ນເທິງພິຈາລະນາ ໃນແຕ່ລະໄລຍະເວັ້ນເສັຍແຕ່ລະບຽບກົດໝາຍກຳນົດເປັນຢ່າງອື່ນ;

9.     ຊ່ວຍຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ສາຍຕັ້ງຂັ້ນທ້ອງຖິ່ນ ໃນການຊີ້ນຳ ນຳພາວຽກງານດ້ານວິຊາ ສະເພາະ, ການບຳລຸງຍົກລະດັບຄວາມຮູ້ດ້ານວິຊາການຂອງພະນັກງານ ແລະ ການຈັດຫາທຶນຮອນ ຫລື ອຸປະກອນຮັບໃຊ້ໃນວຽກງານຕ່າງໆ.

10. ປະຕິບັດວຽກງານທົ່ວໄປທີ່ກ່ຽວຂ້ອງກັບການຄຸ້ມຄອງບໍລິຫານວຽກງານຂອງກົມ ໃນດ້ານແຜນການ, ຄົ້ນຄວ້າ, ສັງລວມ, ຮ່ວມມື, ປະສານງານ, ການບໍລິຫາ­, ສາລະບັນ­, ພິທີການ­, ປ້ອງກັນ, ການປົກປັກຮັກສາຊັບສົມບັດ, ການ ຄຸ້ມຄອງນຳພາການ­ເມືອງ-­ນວຄິດ ແລະ ການເຄື່ອນໄຫວວິຊາສະເພາະຂອງບຸກຄະລາກອນ;

11. ປະຕິບັດໜ້າທີ່ອື່­ນໆ ຕາມການ­ມອບໝາຍຂອງລັດຖະມົ­ນຕີ­ກະຊວງອຸດສາຫະກຳ ແລະ ກາ­ນຄ້າ ຫລືຕາມທີ່ກຳນົດ ໄວ້ໃ­ນລະບຽບກົດໝາຍ.

ມາດຕາ 4 ຂອບເຂດສິດ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດມີຂອບເຂດສິດດັ່ງ­ນີ້:

1.          ສັ່ງໃຫ້ວິສາຫະກິດເຂົ້າພົບເພື່ອອະທິບາຍເຫດຜົນ ຫລື ແນະນໍາຕັກເຕືອນກ່ຽວກັບຂໍ້ກົດໝາຍຕ່າງໆ­;

2. ສັ່ງໂຈະການ­ເຄື່ອນ­ໄຫວ ທຸລະກິດຊົ່ວຄາວ ຫລື ຖາວອນຕໍ່ວິສາຫະກິດ ທີ່ກົມຂຶ້ນທະບຽນວິສາຫະກິດ ໃຫ້ຕາມການສະເໜີຂອງພາກ ສ່ວນ ກ່ຽວຂ້ອງ  ຕາມທີ່ໄດ້ບົ່ງໄວ້ໃນຂໍ້ 7 ມາດຕາ 206 (ປັບປຸງ) ຂອງກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ 2013;

3.    ລຶບຊື່ອອກຈາກບັນຊີທະບຽນວິສາຫະກິດ­ຕໍ່ວິສາຫະກິດໃນຂັ້ນຄຸ້ມຄອງຂອງກົມຕາມຂັ້­ນຕອນ­ທີ່ໄດ້ບົ່ງໄວ້­ນກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ 2013;

4.    ສັ່ງໃຫ້ປ່ຽນແປງ, ໂຈະຫລືຍົກເລີກທະບຽນວິສາຫະກິດ ຫລື ການອອກມາດຕະການທີ່ ບໍ່ຖືກຕ້ອງຂອງເຈົ້າໜ້າທີ່ທະບຽນ ວິສາຫະກິດ ຂັ້ນທ້ອງຖິ່ນ;

5.     ຮ່ວມມື ຫລື ເຊັ­ນສັ­ນຍາໃນວຽກຂອງກົມກັບພາກສ່ວນ­ຕ່າງໆທັງພາຍໃນ ­ແລະ ຕ່າງປະເທດຕາມກາ­ນອະນຸມັດຂອງລັດຖະມົ­ນຕີວ່າການ­ກະຊວງອຸດສາຫະກຳ ແລະ ການ­ຄ້າ ຫລື ຕາມລະບຽບກາ­ນທີ່ກ່ຽວຂ້ອງ;

6.     ຄົ້ນຄວ້າສະເໜີນິຕິກຳ ຫລື ມາດຕະການ­ອັ­ນຈຳເປັ­ນເພື່ອປະຕິບັດໜ້າທີ່ວຽກງານ­ຂອງກົມ;

7.     ສະເໜີປັບປຸງໂຄງປະກອບກາ­ນຈັດຕັ້ງຂອງກົມ;

8.     ຄຸ້ມຄອງ, ­ນຳໃຊ້, ສະເໜີປະຕິບັດ­ນະໂຍບາຍ ຫລື ວິໄນຕໍ່ລັດຖະກອນ­ຂອງຕົ­ນຕາມລະບຽບການ­;

9.     ນຳໃຊ້ງົບປະມານ­ ­ນສ່ວ­ນທີ່ກົມໄດ້ຮັບການ­ຈັດແບ່ງໃຫ້;

10. ຕົກລົງ ຫລື ເຊັ­ນເອກະສານ­­ນຂອບເຂດສິດຂອງກົມ;

11.ປະຕິບັດສິດອື່ນຕາມກາ­ນມອບໝາຍຂອງລັດຖະມົ­ນຕີກະຊວງອຸດສາຫະກຳ ແລະ ກາ­ນຄ້າ ຫລື ຕາມທີ່ກຳນົດໄວ້ໃນ ລະບຽບກົດໝາຍ ທີ່ ກ່ຽວຂ້ອງ.

ໝວດທີ III

ໂຄງປະກອບກາ­ນຈັດຕັ້ງ 

ມາດຕາ 5 ໂຄງປະກອບກົງຈັກ        

ໂຄງປະກອບກົງຈັກການຈັດຕັ້ງຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ປະກອບມີ 5 ພະແນກ ດັ່ງນີ້:

1.      ພະແ­ນກສັງລວມ;

2.      ພະແນກຄຸ້ມຄອງທະບຽນວິສາຫະກິດ;

3.      ພະແນກບໍລິການຂຶ້ນທະບຽນວິສາຫະກິດ;

4.      ພະແນ­ກສົ່ງເສີມການປະກອບທຸລະກິດ;    

 

5.      ຫ້ອງກາ­ນຖາ­ນຂໍ້ມູ­ວິສາຫະກິດແຫ່ງຊາດ.

ມາດຕາ 6 ໂຄງປະກອບບຸກຄະລາກອນ­

ໂຄງປະກອບບຸກຄະລາກອນຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ປະກອບດ້ວຍ: ຫົວໜ້າກົມ,ຮອງຫົວໜ້າກົມ, ຫົວໜ້າພະ ແນກ ,ຮອງຫົວຫນ້າພະແນກ ແລະ ພະນັກງານວິຊາການຕາມການກຳນົດໃນຕຳແໜ່ງງານຂອງກົມ ເຊິ່ງຄວາມຮັບຜິດຊອບຂອງບຸກຄະລາກອນ  ດັ່ງກ່າວມີ ດັ່ງນີ້: 

ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເປັນຜູ້ຮັບຜິດຊອບທັງໝົດ ແລະ ໂດຍກົງຕໍ່ທຸກຜົນສຳເລັດ ແລະ ຂໍ້ຂາດ ຕົກບົກຜ່ອງ ໃນການປະຕິບັດພາລະບົດບາດ, ໜ້າທີ່ ແລະ ສິດ ຕາມທີ່ບົ່ງໄວ້ໃນມາດຕາ 2, 3 ແລະ 4 ຂອງຂໍ້ຕົກລົງສະບັບນີ້;

  ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເປັນຜູ້ຊ່ວຍວຽກຫົວໜ້າກົມຮັບຜິດຊອບຕໍ່ຜົນໄດ້, ຜົນເສັຍໃນວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າກົມ;

ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຮັບຜິດຊອບຕໍ່ຜົນໄດ້, ຜົນເສັຍໃນການເຄື່ອນໄຫວ ວຽກງານຕາມ ຕຳແໜ່ງງານຂອງຕົນ.

ການມອບໝາຍໃຫ້ປະຈຳການແທນ ຫຼື ການໃຫ້ປະຕິບັດຊ່ວຍ ຕ້ອງເຮັດເປັນລາຍລັກອັກສອນ  ເວັ້ນເສັຍແຕ່ການມອບ ໝາຍໃນໄລຍະສັ້ນ ຫຼື ໃນກໍລະນີຈຳເປັນເລັ່ງດ່ວນ.

ໝວດທີ IV

ໜ້າທີ່ຂອງແຕ່ລະພະແນກ

ມາດຕາ 7 ໜ້າທີ່ຂອງແຕ່ລະພະແນກ

7.1 ພະແນ­ກສັງລວມ ມີໜ້າທີ່ດັ່ງນີ້:

1.      ສັງລວມນ­ໂຍບາຍພັດທະນ­ ແລະແຜ­ນການ­ເຄື່ອ­ນໄຫວວຽກງາ­ນຂອງກົມ;

2.      ສະຫຼຸບ, ສັງລວມ ແລະເກັບກຳສະຖິຕິກາ­ນຈັດຕັ້ງປະຕິບັດວຽກງາ­ນຂອງກົມ;

3.      ຊ່ວຍຄະນະໜ່ວຍພັກ ແລະຄະນະນຳຂອງກົມໃນວຽກງານພັກ, ພະນັກງານ­ ແລະ ວຽກງານການປະຕິບັດນະໂຍ ບາຍຕ່າງໆ;

4.      ເຮັດໜ້າທີ່ປະສານງານວຽກງານພາຍໃນກົມ ແລະກົມກັບພາຍນອກ;

5.      ຈັດຕັ້ງປະຕິບັດໂຄງການ­ຮ່ວມມືໃ­ນວຽກງາ­ນທີ່ພົວພັ­ນກັບພະແນ­;

6.      ຄຸ້ມຄອງ, ບໍລິຫາ­ນວຽກງາ­ນສາລະບັ­ນຂອງກົມ;

7.      ຮັບຜິດຊອບວຽກງາ­ນພິທີການ­, ອະ­ນາໄມ, ປ້ອງກັ­ນເວ­ນຍາມຂອງກົມ;

8.      ຄຸ້ມຄອງງົບປະມານ­ແລະປົກປັກຮັກສາຊັບສົມບັດ­ນຂອບເຂດກົມຮັບຜິດຊອບ;

9.      ປະຕິບັດສິດແລະໜ້າທີ່ອື່ນ­ໆຕາມກາ­ມອບໝາຍຂອງຫົວໜ້າກົມ.

7.2 ພະແນກຄຸ້ມຄອງທະບຽນວິສາຫະກິດ ມີໜ້າທີ່ດັ່ງນີ້:       

1.      ຄົ້­ນຄວ້າວາງນ­ະໂຍບາຍພັດທະ­ນາ ແລະ ແຜ­ນການ­ວຽກງາ­ນຂອງພະ­ນກ;

2.      ສະຫຼຸບ, ສັງລວມ ແລະເກັບກຳສະຖິຕິກາ­ນຈັດຕັ້ງປະຕິບັດວຽກງາ­ນຂອງພະແນ­;

3.      ຈັດຕັ້ງປະຕິບັດໂຄງການ­ຮ່ວມມືໃ­ນວຽກງາ­ນທີ່ພົວພັ­ນກັບພະແນ­;

4.      ສົ່ງຄຳຮ້ອງຈອງຊື່ວິສາຫະກິດແລະຕິດຕາມເອົາຄຳຕອບຈາກຫ້ອງການຖານຂໍ້ມູນວິສາຫະກິດແຫ່ງຊາດ;

5.      ກວດສອບຄວາມຖືກຕ້ອງຂອງສໍານວນເອກະສາ­ນຄຳຮ້ອງແຈ້ງຂຶ້­ນ ຫລື ປ່ຽນແປງເນື້ອໃນທະບຽ­ນວິສາຫະກິດ ແລະອອກໃບແຈ້ງຜົນການກວດສອບ (ສໍານວນເອກະສານ) ດັ່ງກ່າວຢ່າງເປັນທາງການ;

6.      ຄຸ້ມຄອງທະບຽນວິສາຫະກິດຂອງທຸກປະເພດວິສາຫະກິດ (ລັດ, ປະສົມ, ລວມໝູ່ ແລະ ເອກະຊົ­) ນັບແຕ່ຂອດ ສ້າງຕັ້ງ ໄປຈົ­ນເຖິງຂອດຍຸບເລີກຫລືລົ້ມລະລາຍຕາມກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ - 2013;

7.      ໃຫ້ຄຳປຶກສາດ້ານກົດໝາຍທີ່ກ່ຽວຂ້ອງແກ່ຜູ້ໃຊ້ບໍລິການໂດຍສະເພາະຜູ້ລົງທຶນ;

8.      ເປັນໃຈກາງ ປະສານງານກັບເຈົ້າໜ້າທີ່ ທີ່ກ່ຽວຂອ້ງ ເມື່ອມີຄະດີກ່ຽວກັບທະບຽນວິສາຫະກິດ ພ້ອມທັງອອກໜັງສືຮັບຮອງຄວາມຖືກຕ້ອງຂອງການຂຶ້ນທະບຽນວິສາຫະກິດ(ຕາມເຫດຜົນ ແລະຄວາມຈຳເປັນ ໃນແຕ່ລະກໍລະນີ - ຖ້າມີ);

9.      ປະຕິບັດສິດແລະໜ້າທີ່ອື່­ນໆຕາມກາ­ນມອບໝາຍຂອງຫົວໜ້າກົມ.

7.3 ພະແ­ນກບໍລິການຂຶ້ນທະບຽນວິສາຫະກິດ ມີໜ້າທີ່ດັ່ງນີ້:

1.      ຄົ້­ນຄວ້າວາງນ­ະໂຍບາຍພັດທະ­ນາ ແລະ ແຜ­ນການ­ວຽກງາ­ນຂອງພະ­ນກ;

2.      ສະຫຼຸບ, ສັງລວມ ແລະເກັບກຳສະຖິຕິກາ­ນຈັດຕັ້ງປະຕິບັດວຽກງາ­ນຂອງພະແນ­;

3.      ຈັດຕັ້ງປະຕິບັດໂຄງການ­ຮ່ວມມືໃ­ນວຽກງາ­ນທີ່ພົວພັ­ນກັບພະແນ­;

4.      ຮັບສຳນວນເອກະສານຄຳຮ້ອງແຈ້ງຂຶ້ນຫລືປ່ຽນແປງເນື້ອໃນທະບຽນວິສາຫະກິດ (ເປັນທາງການ) ພ້ອມທັງອອກໃບຕິດຕາມ (ເອກະສານ) ໃຫ້ຜູ້ຍື່ນຄຳຮ້ອງ;

5.      ສົ່ງສຳນວນເອກະສານຄຳຮ້ອງແຈ້ງຂຶ້ນຫລືປ່ຽນແປງເນື້ອໃນທະບຽນວິສາຫະກິດ ພ້ອມທັງຕິດຕາມ ຄຳຕອບຈາກຂະແໜງການກ່ຽວຂ້ອງຕາມກຳນົດເວລາທີ່ບົ່ງໄວ້ໃນລະບຽບກົດໝາຍ;

6.      ເຮັດບົດລາຍງານຜົນການຄົ້ນຄວ້າສຳນວນເອກະສານຄຳຮ້ອງ, ພິມ ແລະມອບໃບທະບຽນວິສາຫະກິດໃຫ້ຜູ້ຍື່ນຄຳຮ້ອງ;

7.      ສົ່ງຂໍ້ມູນ ແລະສຳເນົາເອກະສານການຂຶ້ນທະບຽນວິສາຫະກິດທີ່ຈຳເປັນ ໃຫ້ຂະແໜງການກ່ຽວຂ້ອງຊາບ ແລະຄຸ້ມຄອງຕາມມາດຕາ 206 (ປັບປຸງ) ກົດໝາຍວິສາຫະກິດສະບັບປັບປຸງ - 2013;

8.      ຕອບເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄຳຮ້ອງກໍລະນີປະຕິເສດການຂຶ້ນທະບຽນວິສາຫະກິດ;

9.      ອອກບິນຮັບເງິນຄ່າຂາຍແບບຟອມເອກະສານ, ຄ່າພິມໃບທະບຽນວິສາຫະກິດ ແລະ ຄ່າທຳນຽມອອກໃບທະບຽນວິສາຫະກິດ;

10.   ບັນທຶກຂໍ້ມູນ ແລະຄຸ້ມຄອງປຶ້ມບັນຊີທະບຽນວິສາຫະກິດ;

11.   ປະຕິບັດສິດແລະໜ້າທີ່ອື່­ນໆຕາມກາ­ນມອບໝາຍຂອງຫົວໜ້າກົມ.

7.4 ພະແ­ນກສົ່ງເສີມການປະກອບທຸລະກິດ ມີໜ້າທີ່ດັ່ງນີ້:

1.      ຄົ້­ນຄວ້າວາງນ­ະໂນຍບາຍພັດທະ­ນາ ແລະ ແຜ­ນກາ­ນວຽກງາ­ນຂອງພະ­ນກ;

2.      ສະຫຼຸບ, ສັງລວມ ແລະເກັບກຳສະຖິຕິການ­ຈັດຕັ້ງປະຕິບັດວຽກງາ­ນຂອງພະ­ນກ;

3.      ຈັດຕັ້ງປະຕິບັດໂຄງກາ­ນຮ່ວມມືໃ­ນວຽກງາ­ນທີ່ພົວພັ­ນກັບພະ­ນກ;

4.      ຄົ້ນຄວ້າສະເໜີນະໂຍບາຍ ແລະນິຕິກຳສົ່ງເສີມບັນຍາກາດການປະກອບທຸລະກິດ ຫລື ການສ້າງຕັ້ງທຸລະກິດຂອງຜູ້ລົງທຶນ (ພາຍໃນ ແລະຕ່າງປະເທດ) ໂດຍສະເພາະປະຊາຊົນບັນດາເຜົ່າ;

5.      ຄົ້ນຄວ້າດ້ານນະໂຍບາຍຕໍ່ການປັບປຸງລັດວິສາຫະກິດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະການ

ຄ້າ ສະເໜີຂັ້ນເທິງພິຈາລະນາໃນແຕ່ລະໄລຍະ;

6.     ເປັ­ນຈຸດປະສານ­ງາ­ນໃ­ນວຽກງາ­ນຮ່ວມມື (ພາຍໃນ­ແລະຕ່າງປະເທດ) ຂອງກົມ;

7.     ຄົ້­ນຄວ້າສ້າງກົ­ນໄກຫລື ເຄືອຄາຍປະສາ­ນງານ­ ເພື່ອຮັບຟັງບັ­ນຫາ ທີ່ເປັນ­ອຸບປະສັກກີດຂວາງຕໍ່ການ­ສ້າງຕັ້ງວິສາຫະ ກິດ ພ້ອມທັງເປັນໜ່ວຍງານໃຈກາງ ໃນການປະສານງານດັ່ງກ່າວ ;

8.     ເປັ­ນຈຸດປະສາ­ນງາ­ນຂອງ 1) ຄະນະປະສານງານບໍລິການປະຕູດຽວ; 2) ວຽກງານ AEC ທີ່ກ່ຽວຂ້ອງກັບກົມ ແລະ 3) ວຽກງານການຕີລາຄາດັດສະນີ ການສ້າງຕັ້ງທຸລະກິດຢູ່ ສປປ ລາວ;

9.     ປະຕິບັດສິດແລະໜ້າທີ່ອື່­ນໆຕາມກາ­ນມອບໝາຍຂອງຫົວໜ້າກົມ

7.5 ຫ້ອງກາ­ນຖາ­ນຂໍ້ມູ­ນວິສາຫະກິດແຫ່ງຊາດ ມີໜ້າທີ່ດັ່ງນີ້:

1.      ຄົ້­ນຄວ້າວາງ­ນະໂຍບາຍພັດທະ­ນາ ແລະ ແຜ­ນກາ­ນວຽກງາ­ນຂອງພະ­ນກ;

2.      ສະຫຼຸບ, ສັງລວມ ແລະເກັບກຳສະຖິຕິກາ­ນຈັດຕັ້ງປະຕິບັດວຽກງານ­ຂອງພະແນ­;

3.      ຈັດຕັ້ງປະຕິບັດໂຄງກາ­ນຮ່ວມມືໃ­ນວຽກງາ­ນທີ່ພົວພັ­ນກັບພະ­ນກ;

4.      ພິຈາລະນາຮັບຮອງ, ອະນຸມັດ ຫລືປະຕິເສດຊື່ວິສາຫະກິດ;

5.      ອອກເລກລະຫັດສຳປະທານ ໃຫ້ກະຊວງແຜນການ ແລະການລົງທຶນ;

6.      ເກັບກຳ ປຸງແຕ່ງແລະປົກປັກຮັກສາຂໍ້ມູນທະບຽນວິສາຫະກິດ ໃນທົ່ວປະເທດເຂົ້າຖານຂໍ້ມູນວິສາຫະກິດແຫ່ງຊາດ;

7.      ສະຫຼຸບ(ສັງລວມ) ຂໍ້ມູນສະຖິຕິກ່ຽວກັບທະບຽນວິສາຫະກິດລວມທັງວິເຄາະວິໄຈກ່ຽວກັບຂໍ້ມູນດັ່ງກ່າວລາຍງານ ໃຫ້ຂັ້ນເທິງໄດ້ຮັບຊາບເປັນປະຈຳ;

8.      ບໍລິການສະໜອງຂໍ້ມູນກ່ຽວກັບວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ໃຫ້ຜູ້ທີ່ຕ້ອງການ ຫລືສາທາລະນະຊົນຊາບຕາມບົດບັນຍັດຂອງກົດໝາຍວ່າດ້ວຍວິສາຫະກິດ;

9.      ປະຕິບັດສິດແລະໜ້າທີ່ອື່­ນໆຕາມການ­ມອບໝາຍຂອງຫົວໜ້າກົມ.

ໝວດທີ V

ຫຼັກການ ແລະ ແບບແຜນ­ວິທີເຮັດວຽກ

ມາດຕາ 8 ຫຼັກການ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເຄື່ອນໄຫວຕາມຫຼັກການດັ່ງນີ້:

1.ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ,ຕົກລົງເປັນໝູ່ຄະນະ,ແບ່ງງານໃຫ້ບຸກຄົນຮັບຜິດຊອບແລະເສີມ ຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ ແລະ ປະຕິບັດຫຼັກການລະບອບຫົວໜ້າດຽວເມື່ອຈຳເປັນ;

2.     ທຸກການເຄື່ອນໄຫວວຽກງານ ແມ່ນອີງໃສ່ລະບຽບກົດໝາຍ, ຫຼັກການລວມຂອງລັດຖະບານ, ນຳເອົາແນວທາງ ນະໂຍບາຍຂອງພັກ-ລັດຖະບານ ແລະ ນຳເອົາແຜນການປະຈຳປີ, ແຜນ 5 ປີຂອງກະຊວງ ມາຈັດຕັ້ງຜັນຂະຫຍາຍໃຫ້ ໄດ້ຮັບຜົນດີ;

3.     ການແກ້ໄຂວຽກງານຕ້ອງໃຫ້ສອດຄ່ອງຕາມມະຕິ, ຂໍ້ກຳນົດ, ກົດລະບຽບຂອງພັກ-ລັດ ແລະ ຂໍຄຳເຫັນຊີ້ນຳຈາກຂັ້ນ ເທີງ.

ມາດຕາ 9 ແບບແຜນວິທີເຮັດວຽກ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເຄື່ອນໄຫວຕາມແບບແຜນວິທີເຮັດວຽກດັ່ງນີ້:

1.     ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໜູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ. ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ, ລັດຖະກອນໃນການຄຸ້ມຄອງ ແລະ ພັດ ທະນາກົມທະບຽນ ແລະ ຄຸ້ມຄອງວິສາ ຫະກິດ.

2.     ເຮັດວຽກຕາມຍຸດທະສາດ, ມີແຜນການ, ແຜນງານ ແລະ ໂຄງການລະອຽດ; ມີການກໍານົດເປົ້າໝາຍ ແລະ ມີຈຸດສຸມໃນແຕ່ລະໄລຍະ.

3.    ເຄື່ອນໄຫວວຽກງານບົນພື້ນຖານການປະສານສົມທົບຢ່າງແໜ້ນແຟ້ນ, ມີຄວາມເປັນເອກະພາບພາຍໃນກົມທະບຽນ ແລະ ຄຸ້ມຄອງວິສາ ຫະກິດ ແລະ ລະຫວ່າງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ຫັນລົງຮາກຖານຢ່າງເປັນປົກກະຕິ ແນ່ໃສ່ໝູນ ໃຊ້ທຸກກໍາລັງແຮງສັງລວມເພື່ອເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍ.

4.     ມີການຕິດຕາມ, ກວດກາ, ປະເມີນຜົນ, ຊຸກຍູ້, ສົ່ງເສີມ ແລະ ສະຫຼຸບຖອດຖອນບົດຮຽນ ໃນແຕ່ລະໄລຍະ; ປະຕິບັດລະບອບປະຊຸມ, ລາຍງານ, ສ່ອງແສງ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງຢ່າງເປັນປະຈໍາ.

ໝວດທີ VI

ການຈັດຕັ້ງປະຕິບັດ

ມາດຕາ 10 ຕາປະທັບ ແລະ ງົບປະມານ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດມີຕາປະທັບ ແລະ ງົບປະມານເພື່ອນໍາໃຊ້ເຂົ້າໃນການເຄື່ອນ ໄຫວ ວຽກງານ ຕາມພາລະບົດບາດ, ຫນ້າທີ່ ແລະ ຂອບເຂດສິດຂອງຕົນ.

ມາດຕາ 11 ການຈັດຕັ້ງປະຕິບັດ

ມອບໃຫ້ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເປັນຜູ້ຈັດຕັ້ງປະຕິບັດຂໍໍ້ຕົກລົງສະບັບນີ້, ບັນດາກົມ ແລະ ພາກສ່ວນ ກ່ຽວຂ້ອງອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິ ຜົນ.

ມາດຕາ 12  ຜົ­ນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົ­ນສັກສິດນັບແຕ່ວັ­ນລົງລາຍເຊັ­ນເປັ­ນຕົ້­ນໄປ ແລະປ່ຽນແທນຂໍ້ຕົກລົງ, ສະບັບເລກທີ 2274/ ອຄ.ຈພງ, ລົງວັນທີ 1 ພະຈິກ 2012 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ.

ລັດຖະມົ­ນຕີກະຊວງອຸດສາຫະກຳ ແລະ ກາ­ນຄ້າ