ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ວິສາຫະກິດສະບັບປັບປຸງ ປີ 2022 ຂຶ້ນໃນວັນທີ 20 ມີນາ 2024 ທີ່ກະຊວງ ອຄ ໂດຍເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ມີບັນດາທ່ານຜູ້ຕ່າງໜ້າຈາກຂະແໜງການກ່ຽວຂ້ອງທີ່ອອກໃບອະນຸຍາດດຳເນີນທຸລະກິດ ຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນ ພາຍໃນນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ບາງຈຸດພົ້ນເດັ່ນ ຫຼື ຈຸດພິເສດຂອງກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ໃຫ້ບັນດາຜູ້ຕ່າງໜ້າຂອງຂະແໜງການກ່ຽວຂ້ອງໃນຂັ້ນສູນກາງ ແລະ ຂັ້ນແຂວງ ພາຍໃນນະຄອນຫຼວງວຽງຈັນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ຕາມກົດໝາຍສະບັບປັບປຸງດັ່ງກ່າວ.
ການເຜີຍແຜ່ໃນຄັ້ງນີ້, ທາງທ່ານຫົວໜ້າກົມທະບຽນວິສາຫະກິດ ໃນນາມຄະນະທີ່ຮັບຜິດຊອບ ຈະໄດ້ນຳເອົາເນື້ອໃນສຳຄັນໃນກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ປີ 2022 ເຊີ່ງເນື້ອໃນທີ່ນຳມາເຜີຍແຜ່ໃນຄັ້ງນີ້ ເປັນຕົ້ນແມ່ນເນັ້ນໜັກໃສ່: ຫຼັກການ ແລະ ພາບລວມຂອງການຂຶ້ນທະບຽນວິສາຫະກິດ ຕາມກົດໝາຍລະບົບໃໝ່, ການປ່ຽນແປງເນື້້ອໃນໃບທະບຽນວິສາຫະກິດ, ການຍຸບເລີກວິສາຫະກິດ ລວມທັງຮູບແບບໃບທະບຽນວິສາຫະກິດທີ່ປັບປຸງໃໝ່, ພ້ອມນັ້ນ ຍັງຈະໄດ້ເຜີຍແຜ່ບາງປະເດັນທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງໂດຍກົງ ເປັນຕົ້ນການເຄື່ອນໄຫວທຸລະກິດ ພາຍຫຼັງການຂຶ້ນທະບຽນວິສາຫະກິດ, ການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ການກວດກາວິສາຫະກິດ ລະຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ອະນຸຍາດດຳເນີນທຸລະກິດ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖີ່ນທີ່ກ່ຽວຂ້ອງ.