ຮູບເວັບຂໍອະນຸຍາດ

   856 021 412011
   856 021 453865


  856 2093820604

ມື້ນີ້ມື້ນີ້260
ມື້ວານນີ້ມື້ວານນີ້359
ອາທິດນີ້ອາທິດນີ້1737
ເດືອນ​ນີ້ເດືອນ​ນີ້260
ທັງໝົດທັງໝົດ408690
  • 10
  • 07
  • 01
  • 04
  • 03
  • 13
  • 15
  • 14
  • 08
  • 19
  • 18
  • 05
  • 06

ຮູບລວມກອງປະຊຸມ 23 ພຶດສະພາ 2023

ຈຸດປະສົງຂອງກອງປະຊຸມນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຈາກບັນດາຂະແໜງ ການທີ່ກ່ຽວຂ້ອງໃນການກໍານົດກິດຈະການທີ່ນອນໃນບັນຊີຄວບຄຸມ ແລະ ກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ, ຂັ້ນຕອນການຂໍອະນຸຍາດລົງທຶນ ແລະ ຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ ທີ່ເຫັນວ່າຍັງມີຫລາຍປະເດັນທີ່ຍັງບໍ່ທັນຈະແຈ້ງທີ່ຕ້ອງໄດ້ແລກປ່ຽນ, ສ້າງຄວາມເປັນເອກະພາບກັນໃນລາຍລະອຽດຕື່ມ ທັ້ງນີ້ກໍ່ເພື່ອເປັນການຜັນຂະຫຍາຍ ຄໍາສັ່ງນາຍົກ ສະບັບເລກທີ 03/ນຍ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ໃຫ້ມີຄວາມສະດວກ,ງ່າຍດາຍ, ຫລຸດຂັ້ນຕອນ ແລະ ຂັ້ນຂອດທີ່ບໍ່ຈໍາເປັນໃນການຂໍອະນຸຍາດດຳເນີນທຸລະກິດ.

ຮູບຜູ້ເຂົ້າຮ່ວມ 23 ພຶດສະພາ 2023 

     ກອງປະຊຸມດັ່ງກ່າວ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ  ໄດ້ກ່າວ ຕ້ອນຮັບແຂກດ້ວຍຄວາມອົບອຸ່ນ,ສະແດງຄວາມຂອບໃຈຕໍ່ແຂກທີ່ສະຫລະເວລາມາເຂົ້າຮ່ວມກອງປະຊຸມຕາມການເຊື້ອເຊີນ , ກ່າວຈຸດປະສົງ ແລະ ປະເດັນທີ່ຕ້ອງການແລກປ່ຽນສ້າງຄວາມເປັນເອກະພາບໃນກອງປະຊຸມ, ຫລັງຈາກນັ້ນ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໄດ້ອະທິບາຍລະອຽດ ກ່ຽວກັບຈຸດປະສົງ, ເປົ້າໝາຍ, ຄວາມຈໍາເປັນໃນການສ້າງບັນຊີຄວບຄຸມ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຂົ້າໃຈແຈ້ງ, ຄະນະຮັບຜິດຊອບໃນການສ້າງບັນຊີກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ ຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ລາຍງານຄວາມຄືບໜ້າ ແລະ ສະພາບໃນການສັງລວມບັນຊີ, ຕາງໜ້າຄະນະຮັບຜິດຊອບໃນການປັບປຸງ ແລະ ສັງລວມບັນຊີກິດຄວບຄຸມຈາກກົມສົ່ງເສີມການລົງທຶນ ໄດ້ລາຍງານຄວາມຄືບໜ້າ ແລະ ສະພາບໃນການປັບປຸງ ແລະ ສັງລວມບັນຊີ ແລະ ໄດ້ຮັບຟັງການນໍາສະເໜີການກໍານົດກິດຈະການໃນບັນຊີຄວບຄຸມ, ກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດຕາມຄວາມສ່ຽງ, ຕາມບົດຮຽນທີ່ດີ ຂອງຕ່າງປະເທດ ຈາກຊ່ຽວຊານພາຍໃນ ໃນການຊ່ວຍປັບປຸງຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ.

ຮູບຜູ້ເຂົ້າຮ່ວມ

ຜ່ານການປະຊຸມປຶກສາຫາລື ເຫັນວ່າໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ຕັ້ງໄວ້ ເພາະເປັນການສ້າງຄວາມເປັນເອກະພາບ, ຄວາມເຂົ້າໃຈແຈ້ງຂຶ້ນຕື່ມ ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມກອງປະ ຊຸມທັງໝົດ, ກອງປະຊຸມໄດ້ດໍາເນີນເປັນເວລາເຄີ່ງວັນ ແລະ ໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນດ້ວຍຄວາມສະຫງ່າງາມ;