ໃນຕອນເຊົ້າຂອງວັນທີ 17 ມັງກອນ 2023 ຢູ່ທີ່ ຫ້ອງປະຊຸມໃຫ່ຍຊັ້ນ I ຂອງ ກະຊວງ ອຸດສະຫາກໍາ ແລະການຄ້າ ໄດ້ມີການຈັດກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III ໂດຍການເປັນປະທານຂອງ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ ທັງໝົດ 60 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ຕິດຕາມລາຍງານຄວາມຄືບໜ້າ ຜົນສໍາເລັດ ແລະ ສີ່ງທ້າທາຍ ຂອງການປັບປຸງຂັ້ນຕອນໃບອະນຸຍາດທຸລະກິດ ຂອງ ປີ 2022, ກໍານົດແຜນວຽກບຸລິມະສິດ ຂອງ ປີ 2023 , ຮັບຟັງການນໍາສະເໜີ ຫລັກການທີ່ດີຊອງສາກົນ ແລະ ການອອກໃບອະນຸຍາດໂດຍໃສ່ຄວາມສ່ຽງ ໂດຍຜ່ານການລາຍງານຂອງຕາງໜ້າກອງເລຂາ ຂອງຄະນະປະສານງານ ພ້ອມດ້ວຍຂໍ້ສະເໜີ ຈາກບັນດາຂະແໜງການ.
ໃນພິທີກ່າວເປີດກອງປະຊຸມຄັ້ງນີ້ ທ່ານປະທານໄດ້ ເນັ້ນໜັກໃຫ້ເຫັນເຖິງ ພາລະບົດບາດ ຄວາມສໍາຄັນຂອງຄະນະປະສານງານ ເພື່ອປະກອບສ່ວນຊຸກຍູ້ ໃຫ້ບັນລຸ ເປົ້າໝາຍ ການຈັດຕັ້ງປະຕິບັດຕາມຄໍາສັ່ງນາຍົກລັດຖະມົນຕີ ເລກທີ 03/ນຍ ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງວຽກງານການບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ແລະໃບອະນຸຍາດລົງທຶນ ໃນ ສປປລາວ. ທ່ານ ອະພິສິດ ແສງສຸລິວົງ ໄດ້ກ່າວຊົມເຊີຍຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມຄືບໜ້າ ແລະ ເອົາໃຈໃສ່ ໃນການປັບປຸງໃບອະນຸຍາດໃນ ຂະແໜງ ການຂອງຕົນ ແລະ ຍັງໄດ້ ຮຽກຮ້ອງໃຫ້ບັນດາຂະແໜງການເລັ່ງປັບປຸງຂອດຂັ້ນການອອກໃບ ອະນຸຍາດໃນຂະແໜງການຂອງຕົນ ໂດຍສະເພາະ ແມ່ນການນໍາໃຊ້ລະບົບການອອກ ໃບອະນຸຍາດ ທີ່ອີງໃສ່ຄວາມສ່ຽງ.
ພ້ອມກັນນັ້ນກອງປະຊຸມຍັງໄດ້ນໍາສະເໜີປຶ້ມຄູ່ມືກ່ຽວກັບ ການອອກໃບອະນຸຍາດ ດໍາເນີນທຸລະກິດໃນ ສປປລາວ ເພື່ອໃຫ້ບັນດາຂະແໜງການໃຊ້ເປັນບ່ອນອີງໃນການປັບປຸງ ຂອດຂັ້ນອະນຸຍາດທີ່ຕົນເອງຮັບຜິດ ຊອບ ແລະ ໃຫ້ຄະນະປະສານງານຮັບຜິດຊອບປ້ອນບັນດານິຕິກໍາ,ລະບຽບການ ລົງເວັບໃຊ້ຖານຂໍ້ມູນກ່ຽວກັບການຂໍໃບອະນຸຍາດ ໃຫ້ຄົບຖ້ວນ,ຖືກຕ້ອງ ເຊິ່ງເວບໄຊດັ່ງກ່າວແມ່ນໄດ້ສ້າງສໍາເລັດແລ້ວ ແລະ ພ້ອມເປີດໂຕເປັນທາງການ ໃນທ້າຍເດືອນ ມັງກອນ 2023 ນີ້. ເວັບໄຊຖານຂໍ້ມູນດັ່ງກ່າວໄດ້ສັງລວມ ເອົາບັນດານິຕິກໍາ, ເງື່ອນໃຂ ຂັ້ນຕອນ, ກໍານົດເວລາ, ຄ່າໃຊ້ຈ່າຍຕ່າງໆ ໃນການຂໍໃບອະນຸຍາດປະເພດຕ່າງໆ ໃຫ້ພາກທຸລະກິດ ສາມາດເຂົ້າເຖິງໄດ້ ເປັນບ່ອນອີງພື້ນຖານ ໃນການບໍລິການໃຫ້ມີຄວາມສະດວກວ່ອງໄວ, ໂປງໃສ ແລະ ປະຍັດຕົ້ນທຶນໃຫ້ແກ່ພາກທຸລະກິດ ໃນການດໍາເນີນທຸລະກິດ ແລະ ທັງເປັນການດຶງດູດການລົງທຶນ.
ກອງປະຊູມຄັ້ງນີ້ ໄດ້ຮັບການຊ່ວຍເຫລືອໂດຍ ໂຄງການ ສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊີ່ງເປັນ ໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ ໂດຍມີເປົ້າໝາຍເພື່ອຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫ່ຍຂະຫຍາຍຕົວຂອງທຸລະກິດ ໂດຍໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ງົບປະມານ ເພື່ອປັບປຸງສະພາບແວ້ດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າຂາຍ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງໜ່ວຍທຸລະກິດ.