ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາການນໍາໃຊ້ໂປຣແກຣມກ່ຽວກັບວຽກງານຄຸ້ມຄອງທະບຽນວິສາຫະກິດໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຂັ້ນພະແນກອຸດສາຫະກຳການຄ້າແຂວງ ເຊີ່ງຈັດຂຶ້ນທີ່ແຂວງຫຼວງພະບາງລະຫວ່າງວັນທີ19-20 ພະຈິກ 2020 ທີ່ພະແນກ ອຸດສາຫະກຳແລະການຄ້າ ແຂວງ ຫຼວງພະບາງໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຸລິຄໍາ ແຈ້ງສະຫວ່າງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມສັກ ບຸນມາເພັດ ຮອງຫົວໜ້າພະແນກ ອຄ ແຂວງຫຼວງພະບາງ; ມີບັນດາຕາງໜ້າຈາກກົມທະບຽນ ແລະ ຂະແໜງທະບຽນ 8 ແຂວງພາກ ເໜືອ ເຂົ້າຮ່ວມ.
ກອງປະຊຸມເຜີຍແຜ່ແນະນຳການນຳໃຊ້ໂປຣແກມກ່ຽວກັບວຽກງານຄຸ້ມຄອງທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີທະບຽນວິສາຫະກິດພະແນກ ອຄ ຂັ້ນແຂວງພາກເໜືອ
- ລາຍລະອຽດ